Communities and Justice

ການຄວບ​ຄຸມ​ແບບ​ບີບ​ບັງ​ຄັບ

(Coercive control)

ກ່ຽວ​ກັບ​ເຣື່ອງການຄວບ​ຄຸມ​ແບບ​ບີບ​ບັງ​ຄັບ

ການຄວບ​ຄຸມ​ແບບ​ບີບ​ບັງ​ຄັບແມ່ນ​ເວ​ລາ​ມີ​ຜູ້​ໃດ​ຜູ້​ໜຶ່ງ​ມັ​ກ​ເຮັດ​ໃຫ້​ຄົນ​ອື່ນເຈັບ​ປວດ, ຢ້ານກ່​ວາຫຼື​ວ່າ​​ຖືກແຍກໄປຢູ່​ຜູ້ດ​ຽວ​ຊ້ຳ​ແລ້​ວ​ຊ້ຳ​ອີກ​ເພື່ອ​ຢາກ​ຄວບ​ຄຸ​ມ​ພວກ​ເຂົາ. ອັນ​ແມ່ນ​ເຣື່ອງ​ການ​ຢາກ​ຂົ່ມ​ເຫັງ​ຄົນ​ຢູ່​ດ້ວຍ​ກັນ​ແລະ​ອັນ​ອາດ​ເຮັດ​ໃຫ້​ໄດ້​ຮັບ​ຄວາມ​ເຈັ​ບ​ປວດ​ຮ້າຍ​ແຮງ. 

​ອັນແມ່ນ​ແບບ​ແຜນ​ຂອງ​ການ​ປະ​ພຶດ​ເປັນ​ໄປ​ຕໍ່​ເນື່ອງ​ແລະ​ຊ້ຳ​ແລ້ວ​ຊ້ຳ​ອີກ 

​ການ​ປະ​ພຶດ​​ແບບ​ບີບ​ບັງ​ຄັບແລະ​​ຄວບ​ຄຸມບາງຢ່າງອາດ​ເບີ່ງ​ຄືເຣື່ອງ​ເຫຼັກ​ນ້ອຍໆແນວນັ້ນ, ແຕ່​ວ່າ​ເວ​ລາ​ມີ​ການ​ກະ​ທຳໄປ​ຊ້ຳ​ແລ້​ວ​ຊ້ຳ​ອີກຫຼື​ວ່າ​ເປັນ​ໄປ​ຕໍ່​ເນື່ອງ, ອາດ​ສາ​ມາດ​ເຮັດ​ໃຫ້ໄດ້​ຮັບ​ຄວາມ​ເຈັ​ບ​ປວດ​ຮ້າຍ​ແຮງ. 

ອັນລ​ວມ​ເອົາ​ການ​ປະ​ພຶດ​ຕ່າງໆທາງ​ຮ່າງ​ກາຍ​ແລະ​ບໍ່​ແມ່ນ​ທາງ​ຮ່າງ​ກາຍ 

​ອັນ​ອາດ​ລວ​ມ​ເອົາ​ການ​ປະ​ພຶດ​ແບບ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ຄົນ​ອື່ນຢ້ານ, ເຈັບ​ປວດ, ​ ຖືກແຍກໄປຢູ່​ຜູ້ດ​ຽວຫຼື​ວ່າຢູ່​ໃນ​ການ​ຄວບ​ຄຸ​ມ. ອັນ​ອາດ​ລວ​ມ​ເອົາຄວາມ​ຮຸນ​ແຮງ​ທາງ​ຮ່າງ​ກາຍ​ແລະ​ການຂົ່ມ​ເຫັງທາງ​ເພດ, ແຕ່​ບໍ່​ຕ້ອງ​​ເປັນ​ແບບນັ້ນ.  

ການ​ປະ​ສົບ​ການ​ຂອງ​ໝົດ​ທຸກ​ຄົນ​ແມ່ນ​ແຕກ​ຕ່າງ​ກັນ 

​ຜູ້​ທີ່​​ຂົ່ມ​ເຫັງ​ນັ້ນ​ກໍ​ປັບ​ການ​ປະ​ພຶ​ດ​ອັນ​ໃຊ້​ຄວບ​ຄຸມ​ນັ້ນ​ໃຫ້​ຖືກ​ຕ້ອງ​ກັບ​ຄົນ​ທີ່​ພວກ​ເຂົາ​ກຳ​ລັງ​ຂົ່ມ​ເຫັງ​ນັ້ນ​ສະ​ເໝີ. ເວ​ລາ​ດົນ​ໄປ​ ມັນກໍອາດປ່ຽນ​ແປງ​ໄປ​ໄດ້. 

​ສາ​ມາດ​ເກີດ​ຂື້ນ​ໄດ້​ກັບ​ຄວາມ​ສຳ​ພັນທີ່​ແຕກ​ຕ່າງ​ກັນໃນ​ຫຼາຍ​ແບບຢ່າງ  

ສາ​ມາດ​ເກີດ​ຂື້ນ​ໄດ້​ເວ​ລາ​ຄົນ​​ພົບກັນໄປ​ແບບ​ຊົ່ວ​ຄາວ, ມີ​ຄວາມ​ສຳ​ພັນ​ແບບ​ເອົາ​ຈິງ​ແທ້ໆຫຼື​ວ່າ​ແຍກ​ກັນ​ຢູ່. ຜູ້​ທີ່​​ຂົ່ມ​ເຫັງ​ນັ້ນອາດ​ແມ່ນ​ສະ​ມາຊິກ​ໃນ​ຄອບ​ຄົວ, ຄົນ​ອາ​ໄສ​ຢູ່​ນຳ​ກັນຫຼື​ວ່າ​ເປັນ​ຜູ້​ດູ​ແລ​ຜູ້​ໃດ​ຜູ້​ໜຶ່ງ.  

ການຄວບ​ຄຸມ​ແບບ​ບີບ​ບັງ​ຄັບ​ແມ່ນ​ຜິດ​ ໃນຄວາມ​ສຳ​ພັນ​ແບບໃດ​ກໍ​ແລ້ວ, ແຕ່​ວ່າ​ຕັ້ງ​ແຕ່​ວັນ​ທີ 1 ເດືອນ​ກໍລະ​ກົດ (7) 2024, ແມ່ນ​ເປັນ​ການ​ທຳ​ຜິດ​​ຕໍ່ທາງ​ອາ​ຍາຢູ່​ໃນ​ຣັດ NSW ເວ​ລາ​ບຸກ​ຄົນ​ໃດ​ບຸກ​ຄົນ​ໜຶ່ງ​ໃຊ້​ການ​ປະ​ພຶດ​ທັງຫຼາຍ​ເຫຼົ່າ​ນີ້​ກັບ​ຜູ້ເປັນຄູ່​ຊີ​ວິດ​ທີ່​ສະ​ໜິດ​ສະ​ໜົມ​ກັນ​ ໃນ​ປັດ​ຈຸ​ບັນຫຼື​ວ່າ​ອະ​ດີດຜູ້​ໃດ​ຜູ້​ໜຶ່ງ ໂດຍ​ມີ​ເຈ​ຕະ​ນາເພື່ອ​ຢາກ​ບັງ​ຄັບຫຼື​ວ່າ​ຄວບ​ຄຸມ​ພວກ​ເຂົາ. 

​ອັນ​ແມ່ນ​ດ້ວຍ​ເຈດ​ຕະ​ນາ 

​ທຸກ​ເທື່ອ​ທີ່​ຄົນ​ຜູ້​ໃດ​ຜູ້​ໜຶ່ງ​ໃຊ້​ການ​ປະ​ພຶດ​ຕ່າງໆ​​ແບບ​ຂົ່ມ​ເຫັງ, ພວກ​ເຂົາ​ແມ່ນ​ກຳ​ລັງ​ເລືອກ​ທຳ​ແບບນັ້ນ, ແລະ​ແມ່ນ​ຕ້ອງ​ຮັບ​ຜິດ​ຊອບ​ການ​ຂົ່ມ​ເຫັງ​ຂອງ​ພວກ​ເຂົາ​ແລະ​ຜົນ​ຕາມ​ມາ​ຂອງ​ການ​ກະ​ທຳນັ້ນ. 

​ຕົ​ວ​ຢ່າງ​ຕ່າງໆ​ຂອງ​ການ​ປະ​ພຶດ​ອັນ​ແບບ​ຂົ່ມ​ເຫັງ 

ເຫຼົ່າ​ນີ້​ແມ່ນ​ພຽງ​ຕົວ​ຢ່າງ​ບາງ​ອັນ​ພຽງ​ເທົ່າ​ນັ້ນ​ຂອງ​ເຣື່ອງການ​ປະ​ພຶດ​ແບບ​ບີບ​ບັງ​ຄັບແລະຄວບ​ຄຸມ: 

  • ​​ມີ​ເຈດ​ຕະ​ນາເຮັດ​ໃຫ້​ຄົນໄດ້​ຮັບ​ຄວາມ​ເຈັບ​ປວດ​ທາງ​ສຸ​ຂ​ະພາບຈິດ​ໃຈ​ຫຼື​ວ່າ​​ຄວາມ​ຮູ້​ສຶກໃນ​ຈິດ​ໃຈ ຕົວ​ຢ່າງ ດູ​ຖູກ​ແລະ​ຕິ​ຕ​ຽນ​ຜູ້​ໃດຜູ້​ໜຶ່ງ​ຕະຫຼອດ​ເວ​ລາ. 
  • ເຮັດ​ໃຫ້​ອັບ​ອາຍ, ເຮັດ​ໃຫ້​ເສັຽ​ໜ້າ ຫຼື​ວ່າ​ດູ​ຖູກ​​ຜູ້​ໃດຜູ້​ໜຶ່ງ​ ຕົວ​ຢ່າງ, ເວົ້າ​ປ່າວເຣື່ອງ​ສ່ວນ​ຕົວກ່ຽວ​ກັບ​ພວກ​ເຂົາ ຫຼື​ວ່າ​ເວົ້​າຫຼິ້ນ​ໆ​ເຣື່ອງ​ທີ່​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ແລະ​ກຽດ​ສັກ​ສີ​ຂອງ​ພວກ​ເຂົາ. 
  • ໃຊ້​ຄວາມ​ຮຸນ​ແຮງເພື່ອເຮັດ​ໃຫ້ເຈັບ​ປວດ, ຄວບ​ຄຸມຫຼື​ວ່າ​ຂົ່ມ​ຂູ່​ຜູ້​ໃດຜູ້​ໜຶ່ງ​ ຕົວ​ຢ່າງ, ​ທຳ​ຮ້າຍຮ່າງ​ກາຍຄົນ​ໃດ​ຄົນ​ໜຶ່ງໂດຍ​ວິ​ທີ​ໃດ​ວິ​ທີ​ໜຶ່ງ, ແກ່ວງຫຼື​ວ່າ​ທຸບ​ເຄື່ອງ​ຕ່າງໆ, ຫຼື​ວ່າ​ຂັບ​ລົດ​ໂລ​ເລ​ເພື່ອ​ເຮັດ​ໃຫ້​ຜູ້​ໃດຜູ້​ໜຶ່ງ​ຮູ້​ສຶກບໍ່​ປອດ​ໄພ. 
  • ​ທໍ​າ​ການ​ຂົ່ມ​ຂູ່​ຕ່າງໆ​ນາໆ ຕົວ​ຢ່າງ, ຂົ່ມ​ຂູ່​​ຈະ​ຖອນ​ການ​ປະ​ກັນ​ເຣື່ອງ​ໃບ​ອະ​ນຸ​ຍາດ​ໃຫ້​ຢູ່. 
  • ກີດກັ້ນ​​ຜູ້​ໃດຜູ້​ໜຶ່ງ​ຈາກ​ໝູ່​ເພື່ອນ​, ຄອບ​ຄົວ​ແລະ​ຊຸມ​ຊົນຂອງ​ພວກ​ເຂົາ ຕົວ​ຢ່າງ, ເອົາ​ໂທ​ລະ​ສັບ​ຂອງ​  ພ​ວກ​ເຂົາ​ໄປ​ເພື່ອ​ວ່າ​ພວກ​ເຂົາ​ຈະບໍ່​ສາ​ມາດ​ຕິດ​ຕໍ່​ຫາ​ຄອບ​ຄົວ​ແລະ​ໝູ້​ເພື່ອນຕ່າງໆໄດ້. 
  • ກຳ​ນົດ​ອິດ​ສະຫຼະ​ພາບ​ແລະ​ຄວາມ​ເປັນເອ​ກະ​ລ​າດ​ຫຼື​ວ່າຄວບ​ຄຸມ​ການ​ຕັດ​ສີນ​ໃຈ​ແຕ່​ລະ​ມື້​ແຕ່​ລະ​ວັນຂອ​ງ​ພວກ​ເຂົາ ຕົວ​ຢ່າງ, ເຮັດ​ກົດຕ່າງໆ​ນາໆກ່ຽວ​ກັບ​ວ່າ​ພວກ​ເຂົາ​ສາ​ມາດ​ນຸ່ງ​ຖື​ຫັຽງ​ໄດ້​ແດ່ ຫຼື​ວ່າ​ຫ້າມ​ຄົນ​ຜູ້ນັ້ນ​ບໍ່​ໃຫ້​ອອກ​ຈ​າກ​ເຮືອນຫຼື​ວ່າ​ອອກ​ນອກ​ບ້ານໄປຜູ້​ດຽວ.  
  • ຄວບ​ຄຸມຫຼື​ວ່າ​ຈຳ​ກັດ​ຜູ້​ໃດຜູ້​ໜຶ່ງ​ໃນ​ການ​ໃຊ້​ເງິນຫຼື​ວ່າ​ຄວາມ​ສາ​ມາດ​ໃນ​ການ​ຫາ​ເງິນ​ຂອງ​ພວກ​ເຂົາ ຕົວ​ຢ່າງ, ບໍ່​ອ​ະ​ນຸ​ຍາດ​ໃຫ້​ພວກເຂົາໄປ​ເຮັດ​ວຽກ​ຢູ່ນອກ​ບ້ານ​ເພື່ອ​ຫາ​ເງິນ. 
  • ​ກວດ​ກາເບິ່ງຫຼື​ວ່າ​ນຳ​ເບິ່ງ​ການ​ກະ​ທຳ, ການ​ຕິດ​ຕໍ່ຫຼື​ວ່າ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງຜູ້​ໃດຜູ້​ໜຶ່ງ​ດ້ວຍ​ຕົນ​ເອງຫຼື​ວ່າ​ທາງ​ສາຍ​ Online ຕົວ​ຢ່າງ, ອ່ານ​ສານ Emails, ແລະບົດຂໍ້​ຄວາມຕ່າງໆ​ຂອງ​ພວກ​ເຂົາ​ໂດຍບໍ່​ໄດ້​ອະ​ນຸ​ຍາດ​ຈາກ​ພວກ​ເຂົາ. 
  • ​ແຍກ​ຜູ້​ໃດຜູ້​ໜຶ່ງ​ອອກ​ຈາກວັດ​ທະ​ນະ​ທຳຫຼື​ວ່າ​ຊຸມ​ຊົນ​ຂອງ​ພວກ​ເຂົາ ຫຼື​ວ່າ​​​ຂັດ​ຂວາງ​ພວກ​ເຂົາບໍ່​ໃຫ້​ກະ​ທຳ​ໃນ​ສິ່ງ​ທີ່​ເປັນ​ເອ​ກະລັກ​ທາງວັດ​ທະ​ນະ​ທຳຫຼື​ວ່າ​ຄວາມ​ເຊື່ອ​ຖືຂອງ​ພ​ວກ​ເຂົາ ຕົວ​ຢ່າງ, ບໍ່​ອະ​ນຸ​ຍາດ​ໃຫ້​ພວກ​ເຂົາ​ປາກ​ເວົ້າ​ພາ​ສາ​ວັດ​ທະ​ນະ​ທຳ​ຂອງ​ພວກ​ເຂົາ. 
  • ​ກົດ​ດັນຫຼື​ວ່າ​ບັງ​ຄັບ​ຜູ້​ໃດຜູ້​ໜຶ່ງ​ໃຫ້​ທຳ​ການ​ກະ​ທຳ​ທາງ​ເພດ ຫຼື​ວ່າ​ຄວບ​ຄຸ​ມ​ທາງ​ເລືອກ​ໃນ​ການ​ສືບ​ພັນຕ່າງໆຂອງ​ພວກ​ເຂົາ ຕົວ​ຢ່າງ, ເຮັດ​ກົດ​ລະ​ບຽບ​ຕ່າງໆ​ກ່ຽວກັບ​ວ່າ​ຍາມ​ໃດ​ຜູ້​ໃດຜູ້​ໜຶ່ງ​​ຈະ​ໄດ້​ທຳ​ການ​ຮ່ວມ​ເພດ. 
  • ​ໃຊ້​ກົດ​ເກນ, ການ​ບໍ​ຣິການແລະ​ວິ​ທີ​ການ​ຕ່າງໆ​ເພື່ອ​ຂົ່ມ​ຂູ່, ບິດ​ເບືອນຫຼື​ວ່າ​ຄວບ​ຄຸມ​ຄົນ​ອື່ນ ຕົວ​ຢ່າງ, ເຮັດ​ລາຍ​ງານ​ຕ່າງໆ​ອັນ​ບໍ່​ຖືກ​ໄປຫາ​ບ່ອນ​ບໍ​ຣິການປ້ອງ​ກັນ​ເດັກຫຼື​ວ່າ​ຄົນ​ເຂົ້າ​ເມືອງ​. 

ການຄວບ​ຄຸມ​ແບບ​ບີບ​ບັງ​ຄັບ​ແລະ​ກົດ​ໝາຍ 

​ເລີ່ມ​ຕົ້ນ​ແຕ່​ວັນ​ທີ 1 ເດືອນ​ກໍ​ລະ​ກະ​ດາ (7) 2024, ການຄວບ​ຄຸມ​ແບບ​ບີບ​ບັງ​ຄັບແມ່ນ​ການ​ກະ​ທຳ​ຜິດ​ທາງ​ອາ​ຍາ​ຢູ່​ຣັດ NSW ເວ​ລາ​​ຜູ້​ໃດຜູ້​ໜຶ່ງ​ໃຊ້​ການ​ປະ​ພຶດ​ເຫຼົ່າ​ນີ້​ກັບ​ຄູ່​ຊີ​ວິດ​ອັນ​ສະ​ໜິດ​ສະ​ໜົມ​ກັນຄົນ​ປັດ​ຈຸ​ບັນຫຼື​ວ່າສ​ະ​ໄໝ​ກ່ອນໂດຍ​ມີ​ເຈ​ຕະ​ນາ​ເພື່ອບີບ​ບັງ​ຄັບຫຼື​ວ່າ​ຄວບ​ຄຸມ​ພວກ​ເຂົາ. ກົດ​ໝາຍນັ້ນ​ແມ່ນ​ໃຊ້​ໄດ້​​ພຽງ​ແຕ່ກັບ​ການ​ປະ​ພຶດ​ອັນ​ແບບ​ຂົ່ມ​ເຫັງ​ທີ່​ເກີດ​ຂື້ນຫຼັງ​ຈາກວັນ​ທີ 1 ເດືອນ​ກໍ​ລະ​ກະ​ດາ (7) 2024 ເທົ່າ​ນັ້ນ. 

​ຄົ້ນ​ຄວາ​ເບິງເພີ່ມໄດ້​ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ຣັ​ຖ​ບານ​ຂອງ​ຣັດ NSW ຕໍ່​ການ​ລົງ​ໂທດ​ທາງ​ອາ​ຍາ​ເຣື່ອງການຄວບ​ຄຸມ​ແບບ​ບີບ​ບັງ​ຄັບ​ໄດ້​ຢູ່​ຈຸດ NSW Government actions on criminalising coercive control.  

ຈະ​ແມ່ນ​ວ່າ​ທ່ານ​ກຳ​ລັງ​ປະ​ສົບ​ການ​ກັບການຄວບ​ຄຸມ​ແບບ​ບີບ​ບັງ​ຄັບ​ຈາກ​ຄູ່​ຊີ​ວິດ​ອັນ​ສະ​ໜິດ​ສະ​ໜົມ​ກັນ, ສະ​ມາ​ຊິກ​ໃນ​ຄອບ​ຄົວ, ຜູ້​ໃຫ້​ການ​ດູ​ແລ, ຫຼື​ວ່າ​ຄົນ​ອື່ນໆຜູ້​ໃດຜູ້​ໜຶ່ງກໍ​ຕາມ, ແມ່ນ​ຜິດ​ຕະຫຼອດ​ແລະ​ມີ​ການ​ຊ່ວຍ​ເຫຼືອ​ໄວ້​ຮັບ​ໃຊ້. 

​ໃຫ້​ໄປ​ຫາການ​ຊ່ວຍ​ເຫຼືອ 

​ຖ້າ​ວ່າ​ທ່ານ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ທັນ​ທີ​ນັ້ນ, ໃຫ້​ໂທ​ລະ​ສັບ​ຫາເບີ ສາມ​ສູນ [000] ແລະ​ຂໍ​ຮ້ອງ​ເອົາ​ຕຳຫຼວດ. 

ຖ້າ​ວ່າ​ທ່ານ​ຕ້ອງ​ການ​ນາຍ​ພາ​ສາ, ໃຫ້​ໂທ​ລະ​ສັບ​ຫາ​ທາງ​ຫ້ອງ​ການ​ແປ​ແລະນາຍ​ພາ​ສາ (Translating and Interpreting Service) ນຳ​ເບີ 131 450 ແລະ​ຂໍ​ໃຫ້​ພວ​ກ​ເພິ່ນ​ຕິດ​ຕໍ່​ບ່ອນ​ບໍ​ຣິ​ການ​ທີ່​ທ່ານ​ປະ​ສົງ​ຢາກ​ເວົ້າ​ນຳ. 

ຖ້າ​ວ່າ​ທ່ານຫຼື​ວ່າ​ຜູ້​ໃດຜູ້​ໜຶ່ງທີ່​ທ່ານ​ຮູ້​ ກຳ​ລັງ​ປະ​ສົບ​ການ​ກັບການຄວບ​ຄຸມ​ແບບ​ບີບ​ບັງ​ຄັບ, ໃຫ້​ໂທ​ລະ​ສັບ​ຫາ​ເບີ 1800RESPECT (1800 737 732) ຫຼື​ວ່າ​ເຂົ້າ​ໄປ​ເບິ່ງ​ຈຸດ 1800respect.org.au/languages ເພື່ອ​ຂໍ​ເອົາ​ການ​ຊ່ວຍ​ເຫຼືອ​ແລະ​ຂໍ້​ມູນ​ຕ່າງໆ. ມີ​ໄວ້​ຮັບ​ໃຊ້ 24 ຊົ່ວ​ໂມງ, 7 ມື້​ຕໍ່​ອາ​ທິດ. 

ຖ້າ​ວ່າ​ທ່ານເປັນ​ຫ່ວງ​ກ່ຽວ​ກັບ​ການ​ປະ​ພຶ​ດຂອງ​ທ່ານ, ໃຫ້​ໂທ​ລະ​ສັບ​ຫາບ່ອນ​ບໍ​ຣິ​ການ​ຊ່ວຍ​ພວກ​ຜູ້​ຊາຍ​ ( Men’s Referral Service ) ​ຕາມ​ສາຍ 1300 766 491.  ມີ​ໄວ້​ຮັບ​ໃຊ້ 24 ຊົ່ວ​ໂມງ, 7 ມື້​ຕໍ່​ອາ​ທິດ. ບໍ​ຣິ​ການນີ້​ແມ່ນບໍ່​ໄດ້​ຄິດ​ຄ່ານຳ, ເກັບ​ເປັນ​ຄວາມ​ລັບ​ແລະ​ບໍ່​ຕ້ອງບອກ​ຊື່.  

ຖ້າ​ວ່າ​ທ່ານ​ຕ້ອງ​ການ​ຄຳ​ແນະ​ນຳ​ທາງ​ດ້ານ​ກົດ​ໝາຍຫຼື​ວ່າ​ການ​ຊ່ວຍ​ເຫຼືອ, ໃຫ້​ໂທ​ລະ​ສັບ​ຫາບ່ອນ LawAccess NSW ຕາມ​ສາຍ 1300 888 529 ລະ​ຫວ່າງ 9 ໂມງ​ເຊົ້າ​ຫາ 5 ໂມງ​ແລງ, ວັນ​ຈັນ​ຫາ​ວັນ​ສຸກ. 

​ຂໍ້​ມູນ​ມີເພີ່ມກ່ຽວ​ກັບ​ການ​ຄວບ​ຄຸມ​ແບບ​ບີບ​ບັງ​ຄັບແລະ​ບ່ອນ​ບໍ​ຣິ​ການການ​ຊ່ວຍ​ເຫຼືອຕ່າງໆ ແມ່ນ​ມີ​ໄວ້​ຮັບ​ໃຊ້ເປັນ​ພາ​ສາ​ອັງ​ກິດ (English) ຢູ່​ຈຸດ nsw.gov.au/coercive-control.   

Last updated:

01 Nov 2024